World AIDs day is 1st December of every year , the World Aid day is a memorandum of people living with HIV and people who died because of #HIV/AIDS #AIDS #PAPLplus #candlelight
[vc_row][vc_column][vc_column_text] ໃນວັນທີ 11-12 ມັງກອນ 2024 ທີມງານ APLPlusLaos ແລະ ອາສາສາມັກ ປະຈໍາໂຮງໝໍ ໄດ້ລົງຕິດຕາມ ຢ້ຽມຢາມສະມາຊິກຜູ້ຕິດເຊື້ອເຮສໄອວີທີ່ທຸກຍາກ ອານາຖາ ແລະ ຂາດການກິນຢາຢ່າງຕໍ່ເນື່ອງ 5 ຄອບຄົວ ຢູ່ພາຍໃນນະຄອນຫຼວງວຽງຈັນ. ກິດຈະກຳການລົງຕິດຕາມຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນແຜນງານສົ່ງເສີມສຸຂະພາບ ແລະຫຼຸດຜ່ອນການຈຳແນກລັງກຽດ ໂດຍທີມງານຂອງພວກເຮົາໄດ້ສຸ່ມໃສ ໃຫ້ຄຳປຶກສາທີ່ດີ ລວມເຖິງການກິນຢາ, ການຮັກສາສຸຂະພາບ ແລະ ແນວທາງສົ່ງເສີມກຳລັງໃຈທີ່ດີ. ຈາກການຕິດຕາມເຫັນໄດ້ວ່າສະມາຊິກຜູ້ຕິດເຊື້ອຫຼາຍຄົນ ມີປັນຫາການຈຳແນກຕົວເອງ ປັນຫາເສດຖະກິດຄອບຄົວ ແລະ ບາງກຸ່ມຍັງຖືເບົາເລື່ອງການກິນຢາ ເຊິ່ງມີຄວາມສ່ຽງສູງທີ່ຈະເສຍຊີວິດດ້ວຍພະຍາດເອດ. ຕອນນີ້, ໂຊກດີແລ້ວ ສຸຂະພາບຂອງພວກເຂົາເລີ່ມດີຂຶ້ນຈາກອາການຊຸດໂຊມ. ແນວໃດກໍຕາມ, ເຖິງແມ່ນວ່າຜູ້ຕິດເຊື້ອຈະມີຫຼາຍປັນຫາດັ່ງກ່າວມາແລ້ວນັ້ນ ກິດຈະກຳໂຄງການຂອງພວກເຮົາ ຈະຊ່ວຍເປັນສ່ວນໜຶ່ງສົ່ງເສີມການເຂົ້າເຖິງສຸຂະພາບ ແລະ ຄຳປຶກສາທີ່ດີ ທີ່ພວກເຮົາຫວັງວ່າຈະເປັນບາດກ້າວທີ່ສຳຄັນຊ່ວຍຫຼຸດຜ່ອນການຈຳແນກລັງກຽດ ແລະ ລົບລ້າງພະຍາດເອດໃຫ້ໄດ້ໃນທີ່ສຸດ. [/vc_column_text][/vc_column][/vc_row]
APLPlusLaos ພວກເຮົາຫ່ວງໄຍທ່ານ ໂດຍສະເພາະກຸ່ມສະມາຊິກ ຜູ້ມີເຊື້ອເຮສໄອວີ ຜູ້ມີຄວາມສ່ຽງສູງໃນໄລະຍະການລະບາດຂອງພະຍາດໂຄວິດ-19 ແລະ ໃນສະພາວະ ທີ່ເຕັ້ມໄປດ້ວຍພະຍາດລະບາດຕ່າງໆໃນປັດຈຸບັນ. ດັ່ງນັ້ນ ພວກເຮົາ ທີມງານກິດຈະກຳຊ່ວຍເຫຼືອຂອງໂຄງການ ຈຶ່ງໄດ້ຈັດກິດຈະກຳລວມກຸ່ມສົນທະນາແລກປ່ຽນ ປັນຫາ ຄວາມຕ້ອງການ ແລະ ຂໍ້ແນະນຳຕ່າງໆ ເພື່ອຮ່ວມກັນຫາທາງປັບປຸງ ແກ້ໄຂ ເພື່ອຈະໄດ້ຊ່ວຍເຫຼືອໄດ້ຖືກຈຸດ ແລະ ທັນການ. ກິດຈະກຳດັ່ງກ່າວນີ້ ຈັດຂຶ້ນຢູ່ເມືອງທ່າແຂກ ແຂວງຄຳມ່ວນນຳໂດຍທີມງານຂອງ APLPlusLaos ພ້ອມດ້ວຍຜູ້ປະສານງານໂຄງການ ແພດໝໍ ອາສາສະໝັກ ແລະ ຜູ້ໄດ້ຮັບຜົນກະທົບ ຫຼາຍກວ່າ 30 ຄົນເຂົ້າຮ່ວມແລກປ່ຽນນຳກັນ. ປິດທ້າຍກິດຈະກຳ ພວກເຮົາໄດ້ມອບຂອງຊ່ວຍເຫຼືອເປັນເຄື່ອງບໍລິໂພກສົ່ງເສີມໂພຊະນການທີ່ດີ ບັນເທົາຄວາມທຸກຍາກຂາດເຂີນຂອງເຂົາເຈົ້າ. ຜູ້ໄດ້ຮັບເຄື່ອງຊ່ວຍເຫຼືອຄົນໜຶ່ງ ກ່າວກັບພວກເຮົາວ່າ ” ເປັນກິດຈະກຳທີ່ດີຫຼາຍ ເຮັດໃຫ້ເຮົາໄດ້ຮູ້ຈັກໝູ່ຫຼາຍຄົນ ໄດ້ແບ່ງປັນປັນຫານຳກັນ ເຮັດໃຫ້ມີກຳລັງໃຈຫຼາຍຂຶ້ນ” ພວກເຮົາຫວັງວ່າທຸກຄົນຄົງໄດ້ຮຽນຮູ້ສິ່ງໃຫມ່ ແລະມີກຳລັງໃຈຕໍ່ສູ້ກັບຊີວິດທີ່ເຕັ້ມໄປດ້ວຍຄວາມບໍ່ແນ່ນອນຢ່າງມີຄວາມຫວັງຫຼາຍຂຶ້ນ. #APLPluslaos Oxfam in Laos ກະຊວງ ສາທາລະນະສຸກ Ministry Of Health,…