ເຮສໄອວີ/ເອດ ແມ່ນຫຍັງ ? HIV (Human Immunodeficiency Virus) ແມ່ນເຊື້ອໄວຣັດຊະນິດຫນຶ່ງ ທີ່ເຂົ້າໄປທຳຮ້າຍພູມຄຸ້ມກັນຂອງຮ່າງກາຍ ເມື່ອເຊື້ອເຮສໄອວີເຂົ້າສູ່ຮ່າງກາຍແລ້ວ ມັນຈະເຂົ້າໄປເກາະຕິດເມັດເລືອດຂາວ ຊະນິດ CD4 cells ຫຼື ທີເຊວ (T cells) ເຊີ່ງກຸ່ມເຫຼົ່ານີ້ແມ່ນເຮັດໜ້າທີ່ປ້ອງກັນຮ່າງກາຍຈາກການຕິດເຊື້ອ HIV. ເມື່ອ CD4 ຖືກທຳຮ້າຍຈຶ່ງເປັນສາເຫດທີ່ເຮັດໃຫ້ພູມຄຸ້ມກັນບົກຜ່ອງ ຫາກບໍ່ໄດ້ຮັບການຮັກສາ ລະດັບເມັດເລືອດຂາວ ຫຼື CD4 ກໍ່ຈະຫຼຸດຕ່ຳລົງເລື້ອຍໆເຮັດໃຫ້ປ່ວຍເປັນໂລກເອດໄດ້ AIDS ກໍຄືຄົນທີ່ຕິດເຊື້ອ HIV ທີ່ມີລະດັບເມັດເລືອດຂາວຊະນິດ CD4 ຕ່ຳກວ່າ 200 ເຊິ່ງເຮັດໃຫ້ລະບົບພູມຄຸ້ມກັນ ແລະ ເມັດເລືອດຂາວຖືກທຳຮ້າຍບໍ່ສາມາດຕ້ານທານໂລກໄດ້ ຫຼື ເອີ້ນວ່າ (ພູມຄຸ້ມກັນບົກຜ່ອງ) ເຮັດໃຫ້ມີໂລກແຊກຊ້ອນຕ່າງໆເຂົ້າມາລຸມເລົ້າ. ໄລຍະຜູ້ທີ່ໄດ້ຮັບເຊື້ອເຮສໄອວີ ໄລຍະທຳອິດ ທີ່ໄດ້ຮັບເຊື້ອບໍ່ຄ່ອຍມີອາການສະແດງອອກ ໄລຍະທີ່2ຈະມີຕຸ່ມຂື້ນຕາມຮ່າງກາຍ ມີເຊື້ອລາໃນຜົ້ງປາກ ເປັນງູສະວັດ ໄລຍະທີ3ໄລຍະເປັນໂລກເອດມີການຕິດເຊື້ອສວຍໂອກາດເຊັ່ນເຊື້ອລາຂື້ນສະໝອງ ວັນນະໂລກເປັນຕົ້ນ ເຮສໄອວີ ກັບພະຍາດເອດແຕກຕ່າງກັນ ຄົນຕິດເຊື້ອເຮສໄອວີ ແລະ ຄົນເປັນໂລກເອດບໍ່ແມ່ນອັນດຽວກັນ ຜູ້ທີ່ຕິດເຊື້ອເຮສໄອວີ ເຂົາອາດຈະບໍ່ເຈັບປ່ວຍເປັນເອດສະເໝີໄປແຕ່ຈະມີເຊື້ອເຮສໄອວີຢູ່ໃນຮ່າງກາຍຕະຫຼອດໄປ…
APL+ is local CSO Laos found since 2003 by collaboration between Lao red cross and Australian red cross, APL+ has been work in partnership and supported by/with CHAS under the ministry of Health of Laos , Association of people living with HIV/AIDS (APL+) #HIVandLaos #APLUS Visit as the following #networkofPLHIV #Laocso #csoLaos