Tag: ຜູ້ຕິດເຊື້ອ


  • ເຮສໄອວີ/ເອດ ແມ່ນຫຍັງ ? HIV (Human Immunodeficiency Virus) ແມ່ນເຊື້ອໄວຣັດຊະນິດຫນຶ່ງ ທີ່ເຂົ້າໄປທຳຮ້າຍພູມຄຸ້ມກັນຂອງຮ່າງກາຍ ເມື່ອເຊື້ອເຮສໄອວີເຂົ້າສູ່ຮ່າງກາຍແລ້ວ ມັນຈະເຂົ້າໄປເກາະຕິດເມັດເລືອດຂາວ ຊະນິດ CD4 cells ຫຼື ທີເຊວ (T cells) ເຊີ່ງກຸ່ມເຫຼົ່ານີ້ແມ່ນເຮັດໜ້າທີ່ປ້ອງກັນຮ່າງກາຍຈາກການຕິດເຊື້ອ HIV. ເມື່ອ CD4 ຖືກທຳຮ້າຍຈຶ່ງເປັນສາເຫດທີ່ເຮັດໃຫ້ພູມຄຸ້ມກັນບົກຜ່ອງ ຫາກບໍ່ໄດ້ຮັບການຮັກສາ ລະດັບເມັດເລືອດຂາວ ຫຼື  CD4 ກໍ່ຈະຫຼຸດຕ່ຳລົງເລື້ອຍໆເຮັດໃຫ້ປ່ວຍເປັນໂລກເອດໄດ້ AIDS ກໍຄືຄົນທີ່ຕິດເຊື້ອ HIV ທີ່ມີລະດັບເມັດເລືອດຂາວຊະນິດ CD4 ຕ່ຳກວ່າ 200 ເຊິ່ງເຮັດໃຫ້ລະບົບພູມຄຸ້ມກັນ ແລະ ເມັດເລືອດຂາວຖືກທຳຮ້າຍບໍ່ສາມາດຕ້ານທານໂລກໄດ້ ຫຼື ເອີ້ນວ່າ (ພູມຄຸ້ມກັນບົກຜ່ອງ) ເຮັດໃຫ້ມີໂລກແຊກຊ້ອນຕ່າງໆເຂົ້າມາລຸມເລົ້າ. ໄລຍະຜູ້ທີ່ໄດ້ຮັບເຊື້ອເຮສໄອວີ ໄລຍະທຳອິດ ທີ່ໄດ້ຮັບເຊື້ອບໍ່ຄ່ອຍມີອາການສະແດງອອກ ໄລຍະທີ່2ຈະມີຕຸ່ມຂື້ນຕາມຮ່າງກາຍ ມີເຊື້ອລາໃນຜົ້ງປາກ ເປັນງູສະວັດ ໄລຍະທີ3ໄລຍະເປັນໂລກເອດມີການຕິດເຊື້ອສວຍໂອກາດເຊັ່ນເຊື້ອລາຂື້ນສະໝອງ ວັນນະໂລກເປັນຕົ້ນ ເຮສໄອວີ ກັບພະຍາດເອດແຕກຕ່າງກັນ ຄົນຕິດເຊື້ອເຮສໄອວີ ແລະ ຄົນເປັນໂລກເອດບໍ່ແມ່ນອັນດຽວກັນ ຜູ້ທີ່ຕິດເຊື້ອເຮສໄອວີ ເຂົາອາດຈະບໍ່ເຈັບປ່ວຍເປັນເອດສະເໝີໄປແຕ່ຈະມີເຊື້ອເຮສໄອວີຢູ່ໃນຮ່າງກາຍຕະຫຼອດໄປ…

  • HIV and AIDS ຄວາມແຕກຕ່າງກັນ ກຽວກັບພະຍາດເອດ #HIV #AIDS #Volunteer thank you for #VOICSLaos #Laosvoices #empowerment

  • APL+ is a local organization for /to support people living with HIV/AIDS in Laos www.aidlaos.org AVR adherences is going to protect you from AIDS #HIV/AIDS.

  • ເສັ້ນທາງຊິວິດຂອງຄົນເຮົາບໍ່ມີຫຍັງແນ່ນອນ ເກີດມາມີອຸປະສັກ ແລະ ໂອກາດບໍ່ຄືກັນ ບາງຄົນມີທາງເລືອກຫຼາຍ ບາງຄົນມີທາງເລືອກນ້ອຍ ບາງຄົນສຸຂະພາບດີ ບາງຄົນມີແຕ່ພະຍາດມາລຸມເລົ້າ ເປັນທຸກໃຈຢູ່ບໍ່ເຊົາ ແລ້ວແຕ່ທ່ານຈະຈິນຕະນາການໄດ້ ວ່າຊີວິດຄົນເຮົານັ້ນແຕກຕ່າງ ແລະ ຊັນຊ້ອນພຽງໃດ.ເຖິງຢ່າງນັ້ນໃຜກໍພະຍາຍາມຫາລ້ຽງຊີບ ຫວັງໃຫ້ຕົນມີຊີວິດທີ່ດີຂຶ້ນເໝືອນໆກັນ. ເໝືອນກັບຄອບຄົວນາງ ຈັນດີ (ນາມສົມມຸດ )ອາຍຸ 48 ປີ ກໍລະນີຢູ່ໝູ່ບ້ານແແຫ່ງໜື່ງ ໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ອາໄສຢູ່ກັບລູກສາວ ແລະ ແມ່ ອາຍຸ 83 ປີ. ຄອບຄົວໃຊ້ຊີວິດຢູ່ຢ່າງຫນ້າເຫັນໃຈ ໃຊ້ທຸກຄວາມາສາມາດດິ້ນຮົນຊອກຢູ່ຫາກິນລ້ຽງພໍຢູ່ລອດ. ຈັນດີເສຍຜົວ ຜູ້ເປັນເສົາຫຼັກຄອບຄົວໄປເມື່ອປີກ່ອນ ເພາະເຂົາຕິດເຊື້ອເຮສໄອວີ/ເອດ ຂາດການກິນຢາຕໍ່ເນື່ອງ ຈົນລົ້ມປ່ວຍ ແລະ ເສຍຊີວິດລົງ. ຫຼັງຈາກນັ້ນ 2-3 ມື້ຜ່ານ ຈາກການແນະນຳຂອງຄົນຮູ້ຈັກ ແລະ ສົງໄສໃນອາການເຈັບປ່ວຍຍຶດເຍື້ອ ຈົນເສຍຊີວິດຂອງຜົວ. ຈັນດີ ພ້ອມລູກນ້ອຍ ຈຶ່ງຕັດສິນໃຈເຂົ້າໄປກວດເລືອດຢູ່ໂຮງໝໍ ຜົນກວດອອກມາປະກົດວ່າ ໂຊກດີລູກສາວບໍ່ມີເຊື້ອ ລາວຮູ້ສຶກດີໃຈຫຼາຍ ຖືເປັນຄວາມໂຊກດີອັນໜື່ງທີ່ລູກບໍ່ໄດ້ຮັບເຊື້ອ ແຕ່ໃນຄວາມໂຊກດີນັ້ນກໍມີຄວາມໂຊກຮ້າຍ ຄື ຕົວເອງນັ້ນ…

  • ທ້າວແກ້ວອາຍຸ 18 ປີກຳລັງຮຽນຢູ່ ຊັ້ນມັດທະຍົມຕອນຕົ້ນປີທີ 4 ລາວເຂົ້າໂຮງຮຽນຊ້າ ເນື່ອງຈາກ ສຸຂະພາບບໍ່ດີ ຕິດເຊື້ອເຮສໄອວີຕັ້ງແຕ່ເກີດ. ຫມູ່ຂອງລາວຫຼາຍຄົນຈົບມັດທະຍົມປາຍແລ້ວ ແຕ່ທ້າວແກ້ວຍັງບໍ່ຈົບ ແລະ ບໍ່ຍອມແພ້ຕໍ່ການສຶກສາ ຍັງສຶບຕໍ່ຮຽນກັບຫມູ່ໃນຫ້ອງທີ່ອາຍຸນ້ອຍກວ່າຕົນ. ທ້າວແກ້ວມາຈາກຊຸມຊົນທີ່ເປັນຊົນເຜົ່ານ້ອຍໆໃນເຂດພູດອຍໃນເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເຊິ່ງເປັນແຂວງໜຶ່ງຢູ່ທາງພາກເໜືອຂອງ ສປປ.ລາວ. ຕອນນັ້ນ ລາວຍັງນ້ອຍເກີນໄປ ທີ່ຈະຈື່ພໍ່ກັບແມ່ຕົນເອງ ແລະ ຮຽນຮູ້ເລື່ອງຕ່າງໆກັບພວກເຂົາ.ກ່ອນທີ່ພໍ່ແມ່ຂອງລາວຈະແຕ່ງດອງກັນ ແມ່ຂອງທ້າວແກ້ວ ເຊິ່ງເປັນຜູ້ຍິງຫນຸ່ມຄົນໜຶ່ງທີ່ບໍ່ຮູ້ອ່ານ ບໍ່ຮູ້ຂຽນຫນັງສື ບາງຄັ້ງບາງຄາວລາວໄດ້ເຂົ້າໄປເຮັດວຽກຢູ່ຮ້ານອາຫານຢູ່ໃນເມືອງ ກ່ອນທີ່ຈະກັບມາຕັ້ງຫຼັກປັກຖານໃນບ້ານເກີດ. ພໍ່ແມ່ຂອງລາວຕັ້ງຫນ້າລໍຄອຍທີ່ຈະມີຄອບຄົວທີ່ດີ ແລະ ເມື່ອທ້າວແກ້ວເກີດມາພວກເຂົາມີຄວາມສຸກຫຼາຍ ພວກເຂົາເອີ້ນຊື່ລູກວ່າ “ແກ້ວ” ເຊິ່ງໝາຍເຖິງ ອັນຍະມະນີທີ່ມີຄ່າທີ່ສຸດ. ແຕ່ຈັ່ງແມ່ນໂຊກຮ້າຍ ຄວາມສຸກຂອງພວກເຂົາມີຢູ່ບໍ່ດົນ ສອງສາມປີຕໍ່ມາ ສຸຂະພາບຂອງຜູ້ເປັນແມ່ຊຸດໂຊມລົງ ແລະ ເສຍຊີວິດເພາະພະຍາດເອດ ຕອນທ້າວແກ້ວອາຍຸໄດ້ພຽງ 5 ປີ ຕໍ່ມາພໍ່ຂອງລາວກໍເສຍຊີວິດລົງຍ້ອນພະຍາດເອດເຊັ່ນກັນ. ແມ່ຕູ້ຂອງທ້າວແກ້ວໄດ້ດູແລເດັກນ້ອຍກຳພ້າຕິດເຊື້ອຜູ້ນີ້ຕໍ່ ເປັນເວລາຫຼາຍກວ່າ 10 ປີແລ້ວ. ແມ່ຕູ້ຂອງທ້າວແກ້ວບໍ່ໄດ້ຮັ່ງມີຫຍັງ ລາວດຳເນີນຊີວິດ້ວຍຄວາມຍຸ້ງຍາກ ແລະ ຫາຢູ່ຫາກິນດ້ວຍການເຮັດສວນ.ລາວຮັກຫຼານຊາຍຫຼາຍ ແລະ ພະຍາມຢ່າງດີທີ່ສຸດໃຫ້ຫຼານໄດ້ຮຽນຫນັງສື…

  • ຕອນເຊົ້າມື້ໜຶ່ງທັນທີທີ່ຄະນະພວກເຮົາເດີນທາງໄປຮອດຫນ້າເຮືອນເປົ້າຫມາຍແລ້ວ ບາງຄົນຍ່າງລົງຈາກລົດຕົງເຂົ້າໄປເຮືອນເລີຍ ບາງຄົນຍ່າງໄປເອົາຖົງເຂົ້າສານ ໄຂ່ ປາກະປ໋ອງ ແລະ ຂອງໃຊ້ຄົວເຄືອນຈຳນວນໜຶ່ງ ເຊິ່ງເປັນເຄື່ອງຕ້ອນທີ່ພວກເຮົາກຽມມານຳ. ເມື່ອຢ່າງເຂົ້າໄປໃນຄຸ້ມເຮືອນ ມີແມ່ຕູ້ເຖົ້າຄົນໜຶ່ງ ທ່າທາງອ່ອນເພຍ ມີຜົມສີດອກເລົາ ອາຍຸປະມານ 70-80 ປີ ຢ່າງເຂົ້າມາຕ້ອນຮັບ ກ່າວທັກທາຍພວກເຮົາ ແລ້ວເພີ່ນກໍຟ້າວເຊັດໂຕະ ຫາຕັ່ງມາໃຫ້ພວກເຮົານັ່ງ ເຮືອນຂອງເພີ່ນສ້າງແລ້ວປະມານ 70 % ເປັນເຮືອນຊັ້ນດ່ຽວ ຫຼັງບໍ່ໃຫຍ່ ຫຼັງຄາມຸງກະເບື້ອງ ຝາເຮືອນກໍ່ແລ້ວ ແຕ່ຍັງບໍ່ທັນໂບກປູນ ແລະ ທາສີເທື່ອ. ທາງໃນເຮືອນບໍ່ທັນຂັ້ນເປັນຫ້ອງ ໃຊ້ຜ້າກັ້ງຂັ້ນເປັນຫ້ອງນອນໄວ້ກ່ອນ.ສ່ວນບໍລິເວນທາງຫນ້າເຮືອນຍັງເຫັນມີເສົາ ມີຄານ ມີກອງໄມ້ ແລະ ບ່ອນປະສົມບູນຄ້າງຢູ່ ບາງບ່ອນມີຫຍ້າຂຶ້ນ ເໝືອນກັບວ່າເຮືອນຫຼັງນີ້ກຳລັງກໍ່ສ້າງ ແຕ່ຖືກຢຸດສະຫງັກຢ່າງກະທັນຫັນ. ຈາກການໂອ້ລົມສົນທະນາກັບແມ່ຕູ້ ຜູ້ເປັນຫົວຫນ້າຄອບຄົວບອກວ່າ ເຮືອນຫຼັງນີ້ເຄີຍມີລູກສາວ ແລະລູກເຂີຍອາໃສຢູ່ ແຕ່ຕອນນີ້ ຢູ່ນຳກັນມີແຕ່ 3 ຄົນ ຕູ້ຫຼານ ຫຼານສາວ 1 ແລະ ຫຼານຊາຍ 1 ຊື່ ທ້າວ ຈັນສະຫວ່າງ(ນາມສົມມຸດ)…

  • [vc_row][vc_column][vc_column_text] ໃນວັນທີ 11-12 ມັງກອນ 2024 ທີມງານ APLPlusLaos ແລະ ອາສາສາມັກ ປະຈໍາໂຮງໝໍ ໄດ້ລົງຕິດຕາມ ຢ້ຽມຢາມສະມາຊິກຜູ້ຕິດເຊື້ອເຮສໄອວີທີ່ທຸກຍາກ ອານາຖາ ແລະ ຂາດການກິນຢາຢ່າງຕໍ່ເນື່ອງ 5 ຄອບຄົວ ຢູ່ພາຍໃນນະຄອນຫຼວງວຽງຈັນ.   ກິດຈະກຳການລົງຕິດຕາມຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນແຜນງານສົ່ງເສີມສຸຂະພາບ ແລະຫຼຸດຜ່ອນການຈຳແນກລັງກຽດ ໂດຍທີມງານຂອງພວກເຮົາໄດ້ສຸ່ມໃສ ໃຫ້ຄຳປຶກສາທີ່ດີ ລວມເຖິງການກິນຢາ, ການຮັກສາສຸຂະພາບ ແລະ ແນວທາງສົ່ງເສີມກຳລັງໃຈທີ່ດີ.   ຈາກການຕິດຕາມເຫັນໄດ້ວ່າສະມາຊິກຜູ້ຕິດເຊື້ອຫຼາຍຄົນ ມີປັນຫາການຈຳແນກຕົວເອງ ປັນຫາເສດຖະກິດຄອບຄົວ ແລະ ບາງກຸ່ມຍັງຖືເບົາເລື່ອງການກິນຢາ ເຊິ່ງມີຄວາມສ່ຽງສູງທີ່ຈະເສຍຊີວິດດ້ວຍພະຍາດເອດ. ຕອນນີ້, ໂຊກດີແລ້ວ ສຸຂະພາບຂອງພວກເຂົາເລີ່ມດີຂຶ້ນຈາກອາການຊຸດໂຊມ.   ແນວໃດກໍຕາມ, ເຖິງແມ່ນວ່າຜູ້ຕິດເຊື້ອຈະມີຫຼາຍປັນຫາດັ່ງກ່າວມາແລ້ວນັ້ນ ກິດຈະກຳໂຄງການຂອງພວກເຮົາ ຈະຊ່ວຍເປັນສ່ວນໜຶ່ງສົ່ງເສີມການເຂົ້າເຖິງສຸຂະພາບ ແລະ ຄຳປຶກສາທີ່ດີ ທີ່ພວກເຮົາຫວັງວ່າຈະເປັນບາດກ້າວທີ່ສຳຄັນຊ່ວຍຫຼຸດຜ່ອນການຈຳແນກລັງກຽດ ແລະ ລົບລ້າງພະຍາດເອດໃຫ້ໄດ້ໃນທີ່ສຸດ.   [/vc_column_text][/vc_column][/vc_row]

  • ຊີວິດອັນສັ້ນຂອງຄົນເຮົານັ້ນມີໂຊກຊະຕາບໍ່ເໝືອນກັນ ເໝືອນກັບວ່າມີສິ່ງສັກສິດປັ້ນແຕ່ງເອົາໄວ້ຢ່າງຄວບຄຸມບໍ່ໄດ້ ແຕ່ມະນຸດທຸກຄົນຕ່າງກໍເປັນສ່ວນໜຶ່ງທີ່ສາມາດສົ່ງເສີມມະນຸດດ້ວຍກັນ ແລະ ອາໃສເຊິ່ງກັນແລະກັນ ເຊັ່ນ ເດັກນ້ອຍໄດ້ອາໃສຜູ້ໃຫຍ່ ຜູ້ສູງອາຍຸໄດ້ອາໃສຄົນໜຸ່ມສາວ ຫຼື ເພາະຄົນບ້ານນອກເຮັດນາຄົນເມືອງຈຶ່ງມີເຂົ້າກິນບໍ່ອຶດ. ໃນຂະນະທີ່ພວກເຮົາລົງເຄື່ອນໄຫວ ຢ້ຽມຢາມສະມາຊິກຜູ້ຕິດເຊື້ອ ກໍລະນີຢູ່ບ້ານແຫ່ງໜຶ່ງໃນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊື່ ນາງ ນ້ຳອ້ອຍ (ນາມສົມມຸດ) ອາຍຸ 11 ປີ ອາໃສຢູ່ກັບພໍ່ແມ່ພຽງ 3 ຄົນ ນ້ຳອ້ອຍ ເປັນພຽງລູກສາວຄົນດຽວພາຍໃນບ້ານ ນາງເບິ່ງມີຄວາມສຸກດີ ຍິ້ມແຍ້ມ ຢາກຮູ້ຢາກເຫັນ ເໝືອນເດັກນ້ອຍທົ່ວໄປ ແຕ່ມີສິ່ງທີ່ແຕກຕ່າງພໍຈະສັງກຽດໄດ້ກໍຄື ນາງ ເປັນຂາກ້າມເນື້ອອ່ອນແຮງ ຍ່າງໄປມາໄດ້ບໍ່ຄ່ອຍສະດວກ ຄວາມຈິງແລ້ວ ນ້ຳອ້ອຍຕິດເຊື້ອເຮສໄອວີຈາກພໍ່ແມ່ຕັ້ງແຕ່ເກີດ ພາຍຫຼັງໄດ້ຮັບການກວດຢ່າງລະອຽດຈາກໂຮງໝໍ ນາງຈຶ່ງເລີ່ມໄດ້ຮັບຢາຕ້ານເຊື້ອຕັ້ງແຕ່ອາຍຸໄດ້ 4 ເດືອນ ຫຼັງຈາກນັ້ນບໍ່ດົນ ຄາດວ່າເປັນອາການຂ້າງຄຽງຈາກການຕິດເຊື້ອເຮສໄອວີຄື ນາງເປັນຂາລີບ ຈົນບໍ່ສາມາດຍ່າງໄດ້ ພໍ່ ແມ່ຂອງນາງເຄີຍນຳໄປຮັກສາທາງກາຍະພາບບຳບັດ ແຕ່ເວລານັ້ນນາງບໍ່ຄ່ອຍໃຫ້ຄວາມຮ່ວມມື ການຮັກສາຈຶ່ງບໍ່ເຫັນຜົນ. ເມື່ອເປັນແນວນັ້ນ ພໍ່ກັບແມ່ຂອງນາງຈຶ່ງປ່ຽນມາຮັກສາແບບພື້ນບ້ານ ໂດຍການໃຊ້ນ້ຳມັນງານວດ ແລະ ບີບຕາມບໍລິເວນຂາ, ບໍລິເວນສົ້ນນອງ ຈົນນາງຄ່ອຍໆມີອາການດີຂື້ນ…

  • ວັນທີ 14 ທັນວາ 2023 APLPlusLaos ຜູ້ປະຕິບັດກິດຈະກຳຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີ ໄດ້ຮັບກຽດຈາກທ່ານ ດຣ. ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານ ອົງການມູນນິທິດູແລປິ່ນປົ່ວພະຍາດເອດ AHF Laos ລົງເຄື່ອນໄຫວກິດຈະກຳຕິດຕາມຊຸມຊົນ ສະມາຊິກຜູ້ຕິດເຊື້ອເຮສໄວອີ 3 ຄອບຄົວ ໃນນະຄອນຫຼວງວຽງຈັນ. ໂດຍການລົງຕິດຕາມຊຸມຊົນໃນຄັ້ງນີ້ ຈຸດປະສົງເພື່ອຕິດຕາມຜູ້ທີ່ໄດ້ຮັບຜົນກະທົບຈາກເຊື້ອເຮສໄອວີ ໃນເລື່ອງຂອງການກິນຢາຕໍ່ເນື່ອງ ການຮັກສາສຸຂະພາບ ແລະ ການຢູ່ຮ່ວມກັນທີ່ດີໃນຄອບຄົວ ເຊິ່ງເປັນການປະກອບສ່ວນເຂົ້າໃນວຽກງານການ ສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ຢູ່ ສປປ.ລາວ. #aplpluslaos #AHFLAOS #hivprevention #hivawareness #endstigma #EndAIDS2030