ພວກເຮົາ ແລະ ອາສາສະໝັກປະຈຳຢູ່ສູນ ART, POC ທົ່ວປະເທດ ຍິນດີໃຫ້ຄວາມຊ່ວຍເຫຼືອ ໃຫ້ຄຳປຶກສາກ່ຽວກັບເຮສໄອວີ. ການດໍາລົງຊີວິດກັບເຊື້ອເຮສໄອວີເອດ ເຖິງແມ່ນວ່າ ມັນຈະເປັນປັນຫາທ້າທ້າຍການໃຊ້ຊີວິດກໍຕາມ ຂໍໃຫ້ທ່ານຮູ້ວ່າ ການໄດ້ຮັບການປິ່ນປົວ ແລະ ການສະຫນັບສະຫນູນທີ່ຖືກຕ້ອງ ບຸກຄົນສາມາດມີຊີວິດທີ່ປະສົບຜົນສໍາເລັດ ແລະ ສະຫງົບສຸກໄດ້. ຄວາມເຂົ້າໃຈໃນຄວາມສໍາຄັນຂອງການກິນຢາຕໍ່ເນື່ອງ, ການມາກວດເປັນປົກກະຕິ, ແລະການຮັກສາຊີວິດທີ່ມີສຸຂະພາບດີ ແມ່ນສໍາຄັນໃນການໂຕ້ຕອບເຊື້ອເຮສໄອວີ. ແລະ ອີກໜຶ່ງສິ່ງສຳຄັນທີ່ທຸກຄົນເຮັດໄດ້ແມ່ນການສົ່ງເສີມສະພາບແວດລ້ອມທີ່ສະໜັບສະໜູນ ແລະ ບໍ່ມີການຈຳແນກລັງກຽດ ຊຸກຍູ້ໃຫ້ມີການໂອ້ລົມສົນທະນາແບບເປີດກ້ວາງ ໂດຍການສົ່ງເສີມການປູກຈິດສຳນຶກ ແລະ ການສຶກສາ. ພວກເຮົາສາມາດສ້າງຄວາມເຂັ້ມແຂງໃຫ້ຜູ້ຕິດເຊື້ອເອສໄອວີ ເພື່ອຄວບຄຸມສຸຂະພາບ ແລະ ສະຫວັດດີການຂອງເຂົາເຈົ້າ, ເຊິ່ງທັງໝົດນີ້ຈະເປັນການສົ່ງເສີມສັງຄົມທີ່ມີສ່ວນຮ່ວມ ແລະ ເຂົ້າໃຈກັນຫຼາຍຂຶ້ນ. #aplpluslaos #hivawareness #hivstatuschallenge #ARV #POC
ສາວເລົ່າວ່າ ສ່ວນຕົວມີຄວາມວິຕົກ ກັງວົນ ແລະ ຢ້ານກົວພະຍາດເອດສ໌ມາຕະຫຼອດ ບໍ່ຮູ້ຈະໄປປຶກສາໃຜ ແລ້ວມື້ໜຶ່ງຈຶ່່ງໄດ້ຮູ້ວ່າ ມີສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດສ໌ ທີ່ໃຫ້ຄວາມຊ່ວຍເຫຼືອ ດູແລຜູ້ຕິດເຊື້ອຢູ່. ຕົວເອງເປັນສາວ ເປັນນາງ ທຳມະດາຄົນໜຶ່ງ ທີ່ເຮັດວຽກ ກໍພໍມີຄົນຮູ້ຈັກ ແລະ ຫຼິ້ນກິນຕາມສັງຄົມ ມີທັງແຟນເກົ່າ ແລະ ແຟນໃຫມ່ ເປັນຕຳຫຼວດ ເປັນທະຫານກໍມີ. ຄັ້ງໜຶ່ງ ໄດ້ໄປບໍລິຈາກເລືອດ ແຕ່ທ່ານໝໍບອກວ່າເລືອດບໍ່ຜ່ານ ຫມໍກໍບໍ່ໄດ້ໃຫ້ລາຍລະອຽດວ່າເປັນຫຍັງຈຶ່ງບໍ່ຜ່ານ. ເພີນແນະນຳໃຫ້ກັບໃສກວດໃຫມ່ ເຂົ້າໄປກວດຢູ່ໂຮງໝໍແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ໝໍສົ່ງໃຫ້ໄປຫ້ອງວິເຄາະ ຜົນອອກມາເພີນວ່າ ບໍ່ແນໃຈ ອີກ 3 ເດືອນໃຫ້ມາໃຫມ່ ຄົບ 3 ເດືອນແລ້ວກັບໄປອີກ. ບາດນີ້ພໍເຂົ້າໄປໂຮງໝໍໃດ ເຫັນໝູ່ ອາຍໝູ່ກໍໜີກັບມາອີກ ຈະໄປໂຮງໝໍໃດພັດວ່າ ມີພີ່ນ້ອງ ມີໝູ່ປະຈຳຢູ່ ສະຫຼຸບ ຍັງບໍ່ໄດ້ກວດ ເພາະຢ້ານ ແລະ ກົງວົນວ່າ ທົນທຸກໄດ້ປີກວ່າ ປີຕໍ່ມາ ໄດ້ຮັບທຶນ ໄປສຶກສາຕໍ່ຕ່າງປະເທດກໍຕ້ອງຍົກເລິກ ເພາະຕ້ອງໄດ້ກວດສຸຂະພາບ.ຕອນນັ້ນ ຄື ເລີ່ມຈ່ອຍ…