• Chansavang

  • ຕອນເຊົ້າມື້ໜຶ່ງທັນທີທີ່ຄະນະພວກເຮົາເດີນທາງໄປຮອດຫນ້າເຮືອນເປົ້າຫມາຍແລ້ວ ບາງຄົນຍ່າງລົງຈາກລົດຕົງເຂົ້າໄປເຮືອນເລີຍ ບາງຄົນຍ່າງໄປເອົາຖົງເຂົ້າສານ ໄຂ່ ປາກະປ໋ອງ ແລະ ຂອງໃຊ້ຄົວເຄືອນຈຳນວນໜຶ່ງ ເຊິ່ງເປັນເຄື່ອງຕ້ອນທີ່ພວກເຮົາກຽມມານຳ. ເມື່ອຢ່າງເຂົ້າໄປໃນຄຸ້ມເຮືອນ ມີແມ່ຕູ້ເຖົ້າຄົນໜຶ່ງ ທ່າທາງອ່ອນເພຍ ມີຜົມສີດອກເລົາ ອາຍຸປະມານ 70-80 ປີ ຢ່າງເຂົ້າມາຕ້ອນຮັບ ກ່າວທັກທາຍພວກເຮົາ ແລ້ວເພີ່ນກໍຟ້າວເຊັດໂຕະ ຫາຕັ່ງມາໃຫ້ພວກເຮົານັ່ງ ເຮືອນຂອງເພີ່ນສ້າງແລ້ວປະມານ 70 % ເປັນເຮືອນຊັ້ນດ່ຽວ ຫຼັງບໍ່ໃຫຍ່ ຫຼັງຄາມຸງກະເບື້ອງ ຝາເຮືອນກໍ່ແລ້ວ ແຕ່ຍັງບໍ່ທັນໂບກປູນ ແລະ ທາສີເທື່ອ. ທາງໃນເຮືອນບໍ່ທັນຂັ້ນເປັນຫ້ອງ ໃຊ້ຜ້າກັ້ງຂັ້ນເປັນຫ້ອງນອນໄວ້ກ່ອນ.ສ່ວນບໍລິເວນທາງຫນ້າເຮືອນຍັງເຫັນມີເສົາ ມີຄານ ມີກອງໄມ້ ແລະ ບ່ອນປະສົມບູນຄ້າງຢູ່ ບາງບ່ອນມີຫຍ້າຂຶ້ນ ເໝືອນກັບວ່າເຮືອນຫຼັງນີ້ກຳລັງກໍ່ສ້າງ ແຕ່ຖືກຢຸດສະຫງັກຢ່າງກະທັນຫັນ. ຈາກການໂອ້ລົມສົນທະນາກັບແມ່ຕູ້ ຜູ້ເປັນຫົວຫນ້າຄອບຄົວບອກວ່າ ເຮືອນຫຼັງນີ້ເຄີຍມີລູກສາວ ແລະລູກເຂີຍອາໃສຢູ່ ແຕ່ຕອນນີ້ ຢູ່ນຳກັນມີແຕ່ 3 ຄົນ ຕູ້ຫຼານ ຫຼານສາວ 1 ແລະ ຫຼານຊາຍ 1 ຊື່ ທ້າວ ຈັນສະຫວ່າງ(ນາມສົມມຸດ)…

  • [vc_row][vc_column][vc_column_text] ໃນວັນທີ 11-12 ມັງກອນ 2024 ທີມງານ APLPlusLaos ແລະ ອາສາສາມັກ ປະຈໍາໂຮງໝໍ ໄດ້ລົງຕິດຕາມ ຢ້ຽມຢາມສະມາຊິກຜູ້ຕິດເຊື້ອເຮສໄອວີທີ່ທຸກຍາກ ອານາຖາ ແລະ ຂາດການກິນຢາຢ່າງຕໍ່ເນື່ອງ 5 ຄອບຄົວ ຢູ່ພາຍໃນນະຄອນຫຼວງວຽງຈັນ.   ກິດຈະກຳການລົງຕິດຕາມຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນແຜນງານສົ່ງເສີມສຸຂະພາບ ແລະຫຼຸດຜ່ອນການຈຳແນກລັງກຽດ ໂດຍທີມງານຂອງພວກເຮົາໄດ້ສຸ່ມໃສ ໃຫ້ຄຳປຶກສາທີ່ດີ ລວມເຖິງການກິນຢາ, ການຮັກສາສຸຂະພາບ ແລະ ແນວທາງສົ່ງເສີມກຳລັງໃຈທີ່ດີ.   ຈາກການຕິດຕາມເຫັນໄດ້ວ່າສະມາຊິກຜູ້ຕິດເຊື້ອຫຼາຍຄົນ ມີປັນຫາການຈຳແນກຕົວເອງ ປັນຫາເສດຖະກິດຄອບຄົວ ແລະ ບາງກຸ່ມຍັງຖືເບົາເລື່ອງການກິນຢາ ເຊິ່ງມີຄວາມສ່ຽງສູງທີ່ຈະເສຍຊີວິດດ້ວຍພະຍາດເອດ. ຕອນນີ້, ໂຊກດີແລ້ວ ສຸຂະພາບຂອງພວກເຂົາເລີ່ມດີຂຶ້ນຈາກອາການຊຸດໂຊມ.   ແນວໃດກໍຕາມ, ເຖິງແມ່ນວ່າຜູ້ຕິດເຊື້ອຈະມີຫຼາຍປັນຫາດັ່ງກ່າວມາແລ້ວນັ້ນ ກິດຈະກຳໂຄງການຂອງພວກເຮົາ ຈະຊ່ວຍເປັນສ່ວນໜຶ່ງສົ່ງເສີມການເຂົ້າເຖິງສຸຂະພາບ ແລະ ຄຳປຶກສາທີ່ດີ ທີ່ພວກເຮົາຫວັງວ່າຈະເປັນບາດກ້າວທີ່ສຳຄັນຊ່ວຍຫຼຸດຜ່ອນການຈຳແນກລັງກຽດ ແລະ ລົບລ້າງພະຍາດເອດໃຫ້ໄດ້ໃນທີ່ສຸດ.   [/vc_column_text][/vc_column][/vc_row]

  • ຊີວິດອັນສັ້ນຂອງຄົນເຮົານັ້ນມີໂຊກຊະຕາບໍ່ເໝືອນກັນ ເໝືອນກັບວ່າມີສິ່ງສັກສິດປັ້ນແຕ່ງເອົາໄວ້ຢ່າງຄວບຄຸມບໍ່ໄດ້ ແຕ່ມະນຸດທຸກຄົນຕ່າງກໍເປັນສ່ວນໜຶ່ງທີ່ສາມາດສົ່ງເສີມມະນຸດດ້ວຍກັນ ແລະ ອາໃສເຊິ່ງກັນແລະກັນ ເຊັ່ນ ເດັກນ້ອຍໄດ້ອາໃສຜູ້ໃຫຍ່ ຜູ້ສູງອາຍຸໄດ້ອາໃສຄົນໜຸ່ມສາວ ຫຼື ເພາະຄົນບ້ານນອກເຮັດນາຄົນເມືອງຈຶ່ງມີເຂົ້າກິນບໍ່ອຶດ. ໃນຂະນະທີ່ພວກເຮົາລົງເຄື່ອນໄຫວ ຢ້ຽມຢາມສະມາຊິກຜູ້ຕິດເຊື້ອ ກໍລະນີຢູ່ບ້ານແຫ່ງໜຶ່ງໃນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊື່ ນາງ ນ້ຳອ້ອຍ (ນາມສົມມຸດ) ອາຍຸ 11 ປີ ອາໃສຢູ່ກັບພໍ່ແມ່ພຽງ 3 ຄົນ ນ້ຳອ້ອຍ ເປັນພຽງລູກສາວຄົນດຽວພາຍໃນບ້ານ ນາງເບິ່ງມີຄວາມສຸກດີ ຍິ້ມແຍ້ມ ຢາກຮູ້ຢາກເຫັນ ເໝືອນເດັກນ້ອຍທົ່ວໄປ ແຕ່ມີສິ່ງທີ່ແຕກຕ່າງພໍຈະສັງກຽດໄດ້ກໍຄື ນາງ ເປັນຂາກ້າມເນື້ອອ່ອນແຮງ ຍ່າງໄປມາໄດ້ບໍ່ຄ່ອຍສະດວກ ຄວາມຈິງແລ້ວ ນ້ຳອ້ອຍຕິດເຊື້ອເຮສໄອວີຈາກພໍ່ແມ່ຕັ້ງແຕ່ເກີດ ພາຍຫຼັງໄດ້ຮັບການກວດຢ່າງລະອຽດຈາກໂຮງໝໍ ນາງຈຶ່ງເລີ່ມໄດ້ຮັບຢາຕ້ານເຊື້ອຕັ້ງແຕ່ອາຍຸໄດ້ 4 ເດືອນ ຫຼັງຈາກນັ້ນບໍ່ດົນ ຄາດວ່າເປັນອາການຂ້າງຄຽງຈາກການຕິດເຊື້ອເຮສໄອວີຄື ນາງເປັນຂາລີບ ຈົນບໍ່ສາມາດຍ່າງໄດ້ ພໍ່ ແມ່ຂອງນາງເຄີຍນຳໄປຮັກສາທາງກາຍະພາບບຳບັດ ແຕ່ເວລານັ້ນນາງບໍ່ຄ່ອຍໃຫ້ຄວາມຮ່ວມມື ການຮັກສາຈຶ່ງບໍ່ເຫັນຜົນ. ເມື່ອເປັນແນວນັ້ນ ພໍ່ກັບແມ່ຂອງນາງຈຶ່ງປ່ຽນມາຮັກສາແບບພື້ນບ້ານ ໂດຍການໃຊ້ນ້ຳມັນງານວດ ແລະ ບີບຕາມບໍລິເວນຂາ, ບໍລິເວນສົ້ນນອງ ຈົນນາງຄ່ອຍໆມີອາການດີຂື້ນ…

  • [vc_row][vc_column link=”%7B%22url%22%3A%22%22%7D” css=”%7B%22default%22%3A%7B%22margin-left%22%3A%22-1rem%22%2C%22margin-right%22%3A%22-1rem%22%7D%7D”][vc_column_text] 6 ຄວາມເຊື່ອທີ່ທ່ານອາດຍັງເຂົ້າໃຈຜິດ ກ່ຽວກັບເຊື້ອເຮສໄອວີ ແລະ ຜູ້ທີ່ຢູ່ຮ່ວມກັບເຊື້ອເຮສໄອວີໃນປັດຈຸບັນ 1,ຄົນຕິດເຊື້ອເອດສ໌ມີລູກບໍ່ໄດ້ ຄົນຕິດເຊື້ອເອສໄອວີສາມາດມີລູກຢ່າງປອດໄພໄດ້ ປັດຈຸບັນແນວທາງການຮັກສາຜູ້ຕິດເຊື້ອເຮສໄອວີ ພັດທະນາໄປຫຼາຍ ແລະ ດ້ວຍການໃຊ້ຢາຕ້ານໄວຣັສມີປະສິດທິພາບ ເຮັດໃຫ້ຜູ້ຕິດເຊື້ອ ມີສຸຂະພາບແຂງແຮງ ມີຊີວິດຢືນຍາວບໍ່ຕ່າງກັບຄົນທົ່ວໄປ.ເມື່ອສຸຂະພາບແຂງແຮງ ການວາງແຜນມີລູກກໍບໍ່ແມ່ນເລື່ອງໄກຕົວ. ແນວໃດກໍດີ ຜູ້ຕິດເຊື້ອຈະມີລູກໄດ້ ຕ້ອງຮ່າງກາຍສົມບູນແຂງແຮງ ບໍ່ມີພະຍາດຕິດເຊື້ອແຊກຊ້ອນ ຕິດຕາມຮັກສາໃຊ້ຢາຕ້ານໄວຣັສສະໝ່ຳສະເໝີ ມີຜົນເລືອດປະລິມານໄວຣັສນ້ອຍກວ່າ 50 (Viral load < 50 copies/mL) ແລະ ຄ່າເມັດເລືອດຂາວ CD4 ຫຼາຍກວ່າ 350 (CD4 > 350 cells/mm3). 2,ເຮສໄອວີເອດ ຕິດແຕ່ບາງຄົນເທົ່ານັ້ນ ເປັນຄວາມເຂົ້າໃຈຜິດອີກ ເພາະທຸກຄົນສາມາດຕິເຊື້ອເຮສໄອວີໄດ້ ບໍ່ວ່າຈະເປັນໄວໜຸ່ມສາວ,ຜູ້ເຖົ້າ ແລະ ເດັກນ້ອຍ ຖ້າຫາກຢູ່ໃນກຸ່ມສ່ຽງຫຼັກໆ 3 ທາງນີ້ ຄື ມີເພດສຳພັນໂດຍບໍ່ປ້ອງກັນ ຈາກເຂັມສັກຢາ ແລະ ຈາກແມ່ສູ່ລູກ. ຄົນທີ່ຕິດເຊື້ອເຮສໄອວີອາດເປັນພັນລະຍາຜູ້ບໍລິສຸດຈາກຜົວຜູ້ມົ້ວຊຸ່ມ…

  • ວັນທີ 14 ທັນວາ 2023 APLPlusLaos ຜູ້ປະຕິບັດກິດຈະກຳຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີ ໄດ້ຮັບກຽດຈາກທ່ານ ດຣ. ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານ ອົງການມູນນິທິດູແລປິ່ນປົ່ວພະຍາດເອດ AHF Laos ລົງເຄື່ອນໄຫວກິດຈະກຳຕິດຕາມຊຸມຊົນ ສະມາຊິກຜູ້ຕິດເຊື້ອເຮສໄວອີ 3 ຄອບຄົວ ໃນນະຄອນຫຼວງວຽງຈັນ. ໂດຍການລົງຕິດຕາມຊຸມຊົນໃນຄັ້ງນີ້ ຈຸດປະສົງເພື່ອຕິດຕາມຜູ້ທີ່ໄດ້ຮັບຜົນກະທົບຈາກເຊື້ອເຮສໄອວີ ໃນເລື່ອງຂອງການກິນຢາຕໍ່ເນື່ອງ ການຮັກສາສຸຂະພາບ ແລະ ການຢູ່ຮ່ວມກັນທີ່ດີໃນຄອບຄົວ ເຊິ່ງເປັນການປະກອບສ່ວນເຂົ້າໃນວຽກງານການ ສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ຢູ່ ສປປ.ລາວ. #aplpluslaos #AHFLAOS #hivprevention #hivawareness #endstigma #EndAIDS2030

  • ພວກເຮົາ ແລະ ອາສາສະໝັກປະຈຳຢູ່ສູນ ART, POC ທົ່ວປະເທດ ຍິນດີໃຫ້ຄວາມຊ່ວຍເຫຼືອ ໃຫ້ຄຳປຶກສາກ່ຽວກັບເຮສໄອວີ. ການດໍາລົງຊີວິດກັບເຊື້ອເຮສໄອວີເອດ ເຖິງແມ່ນວ່າ ມັນຈະເປັນປັນຫາທ້າທ້າຍການໃຊ້ຊີວິດກໍຕາມ ຂໍໃຫ້ທ່ານຮູ້ວ່າ ການໄດ້ຮັບການປິ່ນປົວ ແລະ ການສະຫນັບສະຫນູນທີ່ຖືກຕ້ອງ ບຸກຄົນສາມາດມີຊີວິດທີ່ປະສົບຜົນສໍາເລັດ ແລະ ສະຫງົບສຸກໄດ້. ຄວາມເຂົ້າໃຈໃນຄວາມສໍາຄັນຂອງການກິນຢາຕໍ່ເນື່ອງ, ການມາກວດເປັນປົກກະຕິ, ແລະການຮັກສາຊີວິດທີ່ມີສຸຂະພາບດີ ແມ່ນສໍາຄັນໃນການໂຕ້ຕອບເຊື້ອເຮສໄອວີ. ແລະ ອີກໜຶ່ງສິ່ງສຳຄັນທີ່ທຸກຄົນເຮັດໄດ້ແມ່ນການສົ່ງເສີມສະພາບແວດລ້ອມທີ່ສະໜັບສະໜູນ ແລະ ບໍ່ມີການຈຳແນກລັງກຽດ ຊຸກຍູ້ໃຫ້ມີການໂອ້ລົມສົນທະນາແບບເປີດກ້ວາງ ໂດຍການສົ່ງເສີມການປູກຈິດສຳນຶກ ແລະ ການສຶກສາ. ພວກເຮົາສາມາດສ້າງຄວາມເຂັ້ມແຂງໃຫ້ຜູ້ຕິດເຊື້ອເອສໄອວີ ເພື່ອຄວບຄຸມສຸຂະພາບ ແລະ ສະຫວັດດີການຂອງເຂົາເຈົ້າ, ເຊິ່ງທັງໝົດນີ້ຈະເປັນການສົ່ງເສີມສັງຄົມທີ່ມີສ່ວນຮ່ວມ ແລະ ເຂົ້າໃຈກັນຫຼາຍຂຶ້ນ. #aplpluslaos #hivawareness #hivstatuschallenge #ARV #POC

  •   APLPlusLaos ພວກເຮົາຫ່ວງໄຍທ່ານ ໂດຍສະເພາະກຸ່ມສະມາຊິກ ຜູ້ມີເຊື້ອເຮສໄອວີ ຜູ້ມີຄວາມສ່ຽງສູງໃນໄລະຍະການລະບາດຂອງພະຍາດໂຄວິດ-19 ແລະ ໃນສະພາວະ ທີ່ເຕັ້ມໄປດ້ວຍພະຍາດລະບາດຕ່າງໆໃນປັດຈຸບັນ. ດັ່ງນັ້ນ ພວກເຮົາ ທີມງານກິດຈະກຳຊ່ວຍເຫຼືອຂອງໂຄງການ ຈຶ່ງໄດ້ຈັດກິດຈະກຳລວມກຸ່ມສົນທະນາແລກປ່ຽນ ປັນຫາ ຄວາມຕ້ອງການ ແລະ ຂໍ້ແນະນຳຕ່າງໆ ເພື່ອຮ່ວມກັນຫາທາງປັບປຸງ ແກ້ໄຂ ເພື່ອຈະໄດ້ຊ່ວຍເຫຼືອໄດ້ຖືກຈຸດ ແລະ ທັນການ. ກິດຈະກຳດັ່ງກ່າວນີ້ ຈັດຂຶ້ນຢູ່ເມືອງທ່າແຂກ ແຂວງຄຳມ່ວນນຳໂດຍທີມງານຂອງ APLPlusLaos ພ້ອມດ້ວຍຜູ້ປະສານງານໂຄງການ ແພດໝໍ ອາສາສະໝັກ ແລະ ຜູ້ໄດ້ຮັບຜົນກະທົບ ຫຼາຍກວ່າ 30 ຄົນເຂົ້າຮ່ວມແລກປ່ຽນນຳກັນ. ປິດທ້າຍກິດຈະກຳ ພວກເຮົາໄດ້ມອບຂອງຊ່ວຍເຫຼືອເປັນເຄື່ອງບໍລິໂພກສົ່ງເສີມໂພຊະນການທີ່ດີ ບັນເທົາຄວາມທຸກຍາກຂາດເຂີນຂອງເຂົາເຈົ້າ. ຜູ້ໄດ້ຮັບເຄື່ອງຊ່ວຍເຫຼືອຄົນໜຶ່ງ ກ່າວກັບພວກເຮົາວ່າ ” ເປັນກິດຈະກຳທີ່ດີຫຼາຍ ເຮັດໃຫ້ເຮົາໄດ້ຮູ້ຈັກໝູ່ຫຼາຍຄົນ ໄດ້ແບ່ງປັນປັນຫານຳກັນ ເຮັດໃຫ້ມີກຳລັງໃຈຫຼາຍຂຶ້ນ” ພວກເຮົາຫວັງວ່າທຸກຄົນຄົງໄດ້ຮຽນຮູ້ສິ່ງໃຫມ່ ແລະມີກຳລັງໃຈຕໍ່ສູ້ກັບຊີວິດທີ່ເຕັ້ມໄປດ້ວຍຄວາມບໍ່ແນ່ນອນຢ່າງມີຄວາມຫວັງຫຼາຍຂຶ້ນ. #APLPluslaos Oxfam in Laos ກະຊວງ ສາທາລະນະສຸກ Ministry Of Health,…

  • ນາງນ້ອຍ (ຊື່ຫຼີ້ນ) ອາຍຸ 13 ປີ ມີຊີວິດຢູ່ກັບເຊື້ອເຮສໄອວີ. ນາງອາໄສຢູ່ບ້ານແຫ່ງໜື່ງບໍ່ໄກຈາກສູນປິ່ນປົວຂອງແຂວງຫຼວງນໍ້າທາປານໃດ. ຕອນອາຍຸໄດ້ 4 ເດືອນນາງເລີ່ມມີປັນຫາສຸຂະພາບ ອາຍຸ 6 ເດືອນ ພົບວ່າຕິດເຊື້ອເຮສໄອວີ. ແມ່ທອງຄຳ(ຊື່ສົມມຸດ) ຫົວຫນ້າກຸ່ມຊ່ວຍເຫຼືອດດູແລຕົນເອງ ຫຼື ອາສາສະໝັກຕົວຫຼັກທີ່ດຳລົງຊີວິດຢູ່ກັບເຊື້ອເຮສໄອວີ ເຮັດວຽກຢູ່ຈຸດຈ່າຍຢາຊ່ວຍທ່ານໝໍ ແລະ ຍັງເປັນຜູ້ໃຫ້ຄຳປຶກສາ ຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີປະຈຳໂຮງໝໍແຂວງຫຼວງນ້ຳທາ ກ່າວວ່າ “ຖ້າບໍ່ມີທ່ານໝໍຜູ້ຊຽວຊານເລື່ອງພະຍາດເອດ ຈາກໂຄງການແພດໄຮ້ພົມແດນຂອງປະເທດໄທ ພວກເຮົາຄົງຈະບໍ່ເຫັນນາງນ້ອຍເຕີບໃຫຍ່ເປັນໄລລຸ້ນໄດ້. ຕອນນັ້ນ ທ່ານໝໍຊຽວຊານພະຍາດເອດໄດ້ແນະນຳໃຫ້ທ່ານໝໍຄົນລາວປິ່ນປົວອາການຕິດເຊື້ອຂອງນາງທັນທີ່ ເຖິງແມ່ນວ່າ ຜົນກວດຈະຍັງເປັນລົບກໍຕາມ.ສອງເດືອນຕໍ່ມານາງໄດ້ເຂົ້າກວດອິີກເທື່ອໜຶ່ງຈຶ່ງພົບວ່າຕິດເຊື້ອເຮສໄອວີ ເໝືອນແມ່ຂອງນາງ. ຈັ່ງແມ່ນຫນ້າເສົ້າໃຈ. ແມ່ຂອງນາງນ້ອຍຢ່າຮ້າງກັບຜົວ ແລ້ວກັບໄປຢູ່ບ້ານເກີດຢູ່ແຂວງອຸດົມໄຊ, ປະນາງໄວ້ກັບພໍ່ ຕອນທີີ່ນາງອາຍຸໄດ້ພຽງສອງປີ ແລ້ວ ສອງປີ ຫຼັງຈາກນັ້ນແມ່ຂອງນາງກໍເສຍຊີວິດລົງເພາະພະຍາດເອດ. ຊີວິດໄວລຸ້ນຂອງນາງນ້ອຍປະເຊີນກັບຄວາມທ້າທາຍຫຼາຍຢ່າງ. ຕອນນັ້ນ ພໍ່ນາງຄົງຄິດວ່າໄດ້ດູແລເອົາໃຈໃສ່ລູກສາວຂອງລາວດີພໍ ໂດຍການຊ່ວຍເຫຼືອ ແລະ ໃຫ້ໂອກາດລູກໄດ້ຮຽນໜັງສຶໃນລະດັບທີ່ສູງກວ່າປະຖົມສຶກສາ. ຢ່າງໃດກໍຕາມ, ນາງບໍ່ໄດ້ເຕີບໃຫຍ່ຢູ່ໃນສະພາບແວດລ້ອມທີ່ເອື້ອອຳນວຍ. ເນື່ອງຈາກທັງພໍ່ ແລະ ພໍ່ຕູ້ຂອງນາງຕິດຢາເສບຕິດ ຜູ້ເປັນພໍ່ບໍ່ມີອາຊີບທີ່ແນ່ນອນ ແຖມຍັງຄ້າຂາຍ ແລະ ເສບຢາເສບຕິດ ສຸດທ້າຍກໍລົງເອີຍຊີວິດດ້ວຍການຕິດຄຸກ.…

  • ສາວເລົ່າວ່າ  ສ່ວນຕົວມີຄວາມວິຕົກ ກັງວົນ ແລະ ຢ້ານກົວພະຍາດເອດສ໌ມາຕະຫຼອດ ບໍ່ຮູ້ຈະໄປປຶກສາໃຜ ແລ້ວມື້ໜຶ່ງຈຶ່່ງໄດ້ຮູ້ວ່າ ມີສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດສ໌ ທີ່ໃຫ້ຄວາມຊ່ວຍເຫຼືອ ດູແລຜູ້ຕິດເຊື້ອຢູ່. ຕົວເອງເປັນສາວ ເປັນນາງ ທຳມະດາຄົນໜຶ່ງ ທີ່ເຮັດວຽກ ກໍພໍມີຄົນຮູ້ຈັກ ແລະ  ຫຼິ້ນກິນຕາມສັງຄົມ ມີທັງແຟນເກົ່າ ແລະ ແຟນໃຫມ່ ເປັນຕຳຫຼວດ ເປັນທະຫານກໍມີ. ຄັ້ງໜຶ່ງ  ໄດ້ໄປບໍລິຈາກເລືອດ ແຕ່ທ່ານໝໍບອກວ່າເລືອດບໍ່ຜ່ານ ຫມໍກໍບໍ່ໄດ້ໃຫ້ລາຍລະອຽດວ່າເປັນຫຍັງຈຶ່ງບໍ່ຜ່ານ. ເພີນແນະນຳໃຫ້ກັບໃສກວດໃຫມ່ ເຂົ້າໄປກວດຢູ່ໂຮງໝໍແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ໝໍສົ່ງໃຫ້ໄປຫ້ອງວິເຄາະ ຜົນອອກມາເພີນວ່າ ບໍ່ແນໃຈ ອີກ 3 ເດືອນໃຫ້ມາໃຫມ່ ຄົບ 3 ເດືອນແລ້ວກັບໄປອີກ. ບາດນີ້ພໍເຂົ້າໄປໂຮງໝໍໃດ ເຫັນໝູ່ ອາຍໝູ່ກໍໜີກັບມາອີກ ຈະໄປໂຮງໝໍໃດພັດວ່າ ມີພີ່ນ້ອງ ມີໝູ່ປະຈຳຢູ່ ສະຫຼຸບ ຍັງບໍ່ໄດ້ກວດ ເພາະຢ້ານ ແລະ ກົງວົນວ່າ  ທົນທຸກໄດ້ປີກວ່າ ປີຕໍ່ມາ ໄດ້ຮັບທຶນ ໄປສຶກສາຕໍ່ຕ່າງປະເທດກໍຕ້ອງຍົກເລິກ ເພາະຕ້ອງໄດ້ກວດສຸຂະພາບ.ຕອນນັ້ນ ຄື ເລີ່ມຈ່ອຍ…